
★Suehuk shop❀
"ສື່ຮັກ...ສື່ຄວາມເຂົ້າໃຈ"
ຂາຍສິນຄ້າປະເພດຂອງຂວັນຫຼາກຫຼາຍຊະນິດ
ໂທ: 020 99775575, 020 77712425
Facebook: Suehuk Shop
Email: suehukshop@gmail.com
Google translate click >>>
ຂອງຂວັນແບບໃດທີ່ຈະຖືກໃຈຄົນຮັບ



ເມື່ອເຖີງວັນສຳຄັນຂອງຄົນທີ່ເຮົາຮູ້ສຶກພິເສດຫຼາຍກ່ວາໝູ່ເພື່ອນປົກກະຕິເຮົາຈື່ງຢາກໃຫ້ສີ່ງໃດສີ່ງໜື່ງແກ່ເຂົາເຈົ້າ. ບໍ່ວ່າຈະເປັນ ຕຸກກະຕາ,ໜັງສື,ຂອງຫຼີ້ນ,ຂອງປະດັບບ້ານ,ໂມງ...ສີ່ງທີ່ເຂົາເຈົ້າຈະສາມາດເກັບເອົາໄວ້ໄດ້ນານໆເພືື່ອໃຫ້ຮູ້ວ່າເປັນສີ່ງຈົດຈຳຢູ່ຕະຫຼອດວ່າໃຜເປັນຄົນເອົາໃຫ້ມາ ຫຼື ສີ່ງທີ່ໃຊໝົດໃນວັນນັ້ນເລີຍແຕ່ເຂົາເຈົ້າກໍສາມາດໃຊ້ສີ່ງນັ້ນໄດ້ເລີຍເຊັ່ນ:ຂະໜົມ,ອາຫານ,ດອກໄມ້,ເຫຼົ້າ,ເບຍ. ກໍ່ແລ້ວແຕ່ທີ່ຈະເລືອກແບບໃດໃຫ້ແກ່ຄົນທີ່ເຈົ້າຮັກ. ແຕ່ຕ້ອງບໍ່ລືມກາຣອວຍພອນທີ່ຂຽນຂໍ້ຄວາມເພື່ອສືຄວາມໃນໃຈຂອງເຮົາໃປນຳຍີ່ງສ້າງຄວາມປະທັບໃຈໃຫ້ແກ່ເຂົາເຈົ້າ.
ສະນັ້ນເວລາຈະເລືອກຂອງຂັວນອັນໃດຈື່ງຄິດໃຫ້ດີໆຖ້າເຂົາເປັນຄົນສຳຄັນຂອງເຈົ້າ ແຕ່ເໜືອສີ່ງອື່ນໃດບໍ່ວ່າສີ່ງນັ້ນຈະແມ່ນຫຍັງພຽງແຕ່ເຈົ້າເອົາໃຫ້...ເຂົາກໍ່ດີໃຈແລ້ວ.
ການເລືອກຊື້ຂອງຂັວນໃຫ້ແຟນ ຂອງຂັວນວັນເກີດ
ເວລາທີ່ເລືອກຊື້ຂອງຂັວນໃຫ້ກັບໃຜຊັກຢ່າງບາງທີກະຮູ້ສຶກປວດຫົວນິດໆໄດ້ຄືກັນເນື່ອງຈາກວ່າເຮົາຈະຕ້ອງພົບບັນຫາໃຫ້ຄົ້ນຄິດຢ່າງເຊັ່ນ:ຂອງຂັວນສີ່ງນີ້ຈະຖືກໃນຜູ້ຮັບຫຼືບໍ່?,ເຂົາຈະມັກຫຼືບໍ່?, ລາຄາຖືໄປບໍ?, ເອ...ແລ້ວເຂົາຈະເອົາມັນໄປໃຊ້ປະໂຫຍດຫຼືບໍ່ນ໋າ?.
ຖ້າເລືອກຂອງຂັວນຜິດພາດເມື່ອເວລາຜ່ານໄປຜູ້ຮັບກໍ່ອາດຈະເລືມເຮົາໄໄດ້ວ່າໃຜເປັນຄົນໃຫ້ມາແຕ່ຖ້າເຮົາເລືອກຂອງຂັວນໄດ້ດີຜູ້ຮັບກໍ່ຈະປະທັບໃຈ ແລະ ຈົດຈຳເຮົາໄປນານໆ.
ຢ່າງໃດກໍຕາມທັ້ງໝົດນີ້ບໍ່ໄດ້ເປັນກົນລະວິທີທີ່ຈະບັງຄັບໃຫ້ຜູ້ຮັບຕ້ອງຈົດຈຳໃຫ້ຂື້ນໃຈ ແຕ່ເປັນພຽງການສະແດງອອກເຖີງຄວາມໃສ່ໃຈເພີ່ມຫຼາຍຂື້ນອີກ ແລະ ທີ່ສຳຄັນຂັນຕອນຕໍ່ໄປນີ້ຍັງເປັນວິທີທີ່ສາມາດນຳໄປໃຊ້ໄດ້ຈີງໆຢ່າງງ່າຍໆ.
-
ລະດົມພະລັງຄວາມຄິດ
ເລີມຈາກການພິຈາລະນາຢ່າງເປັນຂັ້ນຕອນວ່າລັກສະນະບຸກຂະລິກກະພາບ ແລະ ລັກສະນະການໃຊ້ຊີວິດ (Life Style) ຂອງຜູ້ຮັບເປັນແນວໃດ?,ຜູ້ຮັບເປັນຜູ້ຍີງ,ຊາຍ,ເກຣ,ກະເທີຍ ຫຼື ວ່າທອມ?. ເປັນໄວລຸ້ນ ຫຼື ໄວເຮັດວຽກ,ມັກຫຼີກິລາ,ມັກທ່ຽວ ຫຼື ວ່າບ້າງານແບບສຸດໆ,ມັກຮັກສາສຸຂະພາບ ຫຼື ມັກໃຊ້ຊີວິດໃຫ້ຄຸ້ມດ້ວຍກນກີນ-ດືື່ມ ເພື່ອຄວາມມສຸກໃຫກັບຊີວິດ,ມັກແຕ່ງໂຕເຊີຍໆ ຫຼື ມັກແຕ່ງໂຕທັນສະໃໝ ແລະ ອື່ນໆ.ສີ່ງທີ່ຜູ້ຮັບມັກ ແລະ ສົນໃຈແມ່ນຫຍັງກັນແນ່?.ໃຊ້ການວິເຄາະໃຫ້ຖີ່ຖ້ວນແລ້ວຂັ້ນຕໍ່ໄປກໍ່ຈະງ່າຍຂື້ນທັນຕາເຫັນ.
-
ຫາຕົວຊ່ວຍ
ຫາຂໍ້ມຸນເພີ່ມເຕີມໂດການເວົ້າກັບເພື່ອນສະນິດ ຫຼື ຫາຕີສະນິດໝູ່ຂອງຜູ້ຮັບເພາະບຸກຄົນເຫຼົ່ານີ້ຈະຮູ້ຈັກຕົວຕົນຕະຫຼອດຮອດສີ່ງທີ່ຜູ້ຮັບສົນໃຈເປັນຢ່າງດີຊື່ງຈະຊ່ວຍໃຫ້ເຮົາໄດ້ຮັບຂໍ້ມຸນເພີ່ມຕື່ມຫຼາຍຍີ່ງຂື້ນວ່າແມ່ນຫຍັງທີ່ຜູ້ຮັບຖະໜັດ ຫຼື ງານອາດິເລດແມ່ນຫຍັງ?. ທີ່ຜູ້ຮັບມັກເຮັດຍາມມີເວລາຫວ່າງ.
-
ເຈາະເລີກເຖີງສີ່ງທີ່ຜູ້ຮັບສົນໃຈ
ຫຼັງຈາກໄດ້ຂໍ້ມຸນເບື້ອງຕົ້ນເປັນທີ່ຮຽບຮ້ອຍແລ້ວຈື່ງນຳຂໍ້ມຸນສ່ວນນັ້ນມາເບີ່ງວ່າງານອະດິເລກແບບໃດຂອງຜູ້ຮັບສອດຄ້ອງກັບຄວາມຖະໜັດຫຼາຍທີ່ສຸດ. ສົມໝຸດວ່າງານອະດິເລກຂອງຜູ້ຮັບມີຢ່າງຫຼວງຫຼາຍເຊັ່ນ:ຊ໊ອບປີ້ງ,ໂຍນໂບລີ້ງ,ສະສົມສະແຕັມ,ອ່ານໜັງສື,ເບີ່ງໜັງ ແລະ ຖ້າບັງເອີນເຈົ້າມີສີ່ງທີ່ສົນໃຈ ຫຼື ງານອະດິເລກທີ່ຕົງກັນຢ່່າງເຊັ່ນ:ເຈົ້າເອງກະມັັກອ່ານໜັງສື. ເຈົ້າເອງກໍ່ສາມາດເລືອກຊືໜັງສືດີໆໃຫ້ເຂົາເຈົ້າໄດ້. ແຕ່ຖ້າສີ່ງທີ່ສົນໃຈ ຫຼື ງານອາດິເລກບໍ່ຄືກັນເຈົ້າຄວນເລືອກຊື້ສີ່ງທີ່ເຂົາສາມາດນຳໄປໃຊ້ເປັນປະໂຫຍດໄດ້ກໍ່ຖືວ່າເປັນການດີ.
-
ໃຊ້ຄວາມຄິດສ້າງສັນ
ຖ້າຫາກເຈົ້າເປັນຄົນທີ່ມີຄວາມຄິດສ້າງສັນເລັກນ້ອຍການມອບຂອງຂັວນທີ່ສ້າງຂື້ນດ້ວຍສອງມືຂອງເຈົ້າເອງປະເພດງານແຮນເມດ ເປັນເລື່ອງທີ່ສຸດຍອດ ເຈົ້າແຕ້ມຮູບເກັ່ງເຈົ້າກະແຕ້ມຮູບໃຫ້ເຂົາ,ຖ້າເຈົ້າຫຼີ້ນດົນຕີເປັນເຈົ້າກະແຕ່ງເພງໃຫ້ເຂົາ,ເຈົ້າມັກອ່ານໜັງສືກະແຕ່ງເລື່ອງສັ້ນໃຫ້ເຂ້າ...ແຕ່ຖ້າຫາກຄິດບໍ່ອອກວ່າຈະສ້າງສັນແນວໃດດີລອງເປີດເບີ່ງຕົວຢຢ່າງຄວາມຄິດສ້າງສັນທີ່ມີຢູ່ຢ່າງຫຼວງຫຼາຍໃນ Internet ເຈົ້າກໍ່ຈະເຫັນໄອເດຍດີໆຈາກນັ້ກກະເອົາໄປປະຍະກໃຊ້ເລີຍ.
-
ລົມກັນຫຼາຍຂື້ນເຂົ້າໃຈກັນຫຼາຍຂື້ນ
ຖ້າເຈົ້າພົບປະກັບຜູ້ຮັບ ແລະ ເວົ້າລົມກັນຢ່າງເບົາໆລອງສັງເກດຮອບໆໂຕເຂົາເຈົ້າໃຫ້ຄວາມສົນໃຈໃນຊ່ວງເວລານີຄືອັນໃດເຊັນ:ລາວເປັນສາວທີ່ມັກໂຣມັນຕິກ ຫຼື ບໍ່ ແລະ ຊ່ວງນີ້ລາວກຳລັງອີນກັບການຄັກໂຄຣເຊຣເຈົ້າກໍ່ອາດຈະເວົ້າປະໂຫຍກຢ່າງເຊັ່ນ:ເອ..ມັກຄັກໂຄຣເຊຣຊັ້ນຫວາ?.ເຮົາເຄີຍເຫັນໜັງສືລວາມແບບງາມໆສຳລັບຄັກໂຄຣເຊຣໃນຮ້ານໜັງສືຕ່າງປະເທດນ໋າລອງເປີດເບີ່ງແລ້ວໜ້າສົນໃຈຫຼາຍ ແລະ ຖ້າຫາກລາວສະແດງອາການສົນໃຈອອກມາເຈົ້າກໍ່ສາມາດຊື້ສີ່ງຂອງດັ່ງກ່າວນີ້ເພື່ອມອບເປັນຂອງຂັວນໃຫ້ກັບລາວໄດ້ ຫຼືບໍ່ນັ້ນກະລອງຫາໄອເດຍໃໝ່ໆທີ່ຢູ່ອ້ອມຮອບຕົວຂອງລາວຊື່ງລາວອາດເບີ່ງຂ້າມໄປ.
-
ໃຊ້ທັງປະສົບການຂອງເຈົ້າເອງ ແລະ ປະສົບການຂອງຜູ້ອື່ນ
ຍົກຕົວຢ່າງເຊັ່ນ:ຫາກເຈົ້າຕ້ອງການມອບຂອງຂັວນໃຫວັນເກີດຂອງເພື່ອນຊື່ງເປັນຊ່ວງດຽວກັນກັບທີ່ເຂົາ ຫຼືລາວ ທີ່ຫາກະເສັງຕິດເຂົ້າມາຫາວິທະຍາໄລແຫ່ງຊາດເຈົ້າກະລອງຄິດເບີ່ງວ່າສີ່ງຈຳເປັນສຳລັບການຮຽນມະຫາໄລປີ 1 ມີຫຍັງແດ່?. ຊື່ງເຈົ້າອາດຈະຊື້ເຄື່ອງນຸ່ງໃຫ້ເພື່ອນຈັກຊຸດ ຫຼື ຖາມລຸ້ນອ້າຍ-ເອື້ອຍທີ່ຮຽນມາກ່ອນວ່າຄະນະທີ່ລາວຮຽນແມ່ນມີຈຸດພິເສດແນວໃດ ແລະ ສີ່ງຈຳເປັນທີ່ຈະຕ້ອງໃຊ້ແດ່?. ພຽງເທົ່ານີ້ຜູ້ຮັບກໍ່ຈະປະທັບໃຈ ແລະ ນໍາຂອງທີ່ໄດ້ຮັບໄປໃຊ້ໃຫ້ເກີດປະໂຫຍດທີ່ແທ້ຈີງ.
-
ຕ້ອງການປະຢັດເວລາ
ແຕ່ຖ້າເຮັດແນວໃດກໍ່ຄິດບໍ່ອອກ ຫຼື ຂໍ້ມູນບໍ່ພຽງພໍຈີງໆລອງເບີ່ງສີນຄ້າພາຍໃນຮ້ານແລ້ວລອງຄິິດວ່າຜູ້ຮັບຢາກໄດ້ຫຍັງ?,ຕ້ອງການຫຍັງ ຫຼື ຊີ້ນີ້ໜ້າຮັກ,ເຂົາເຈົາໜ້າຈະມັກ ແລະ ເປັັນການປະຢັດເວລາໄປນຳມັນກໍ່ນຳໄປໃຊ້ໄດ້ຄືກັນ.
-
ຫໍ່ຂອງຂັວນໃຫສວຍງາມ
ສຸດທ້າຍຫຼັງເລືອກຂອງຂັວນໄດ້ແລ້ວ ການຫໍ່ຂອງຂັວນໃຫ້ສວຍງາມຈະສະແດງອອກເຖີງລົດສະນະນິຍົມຂອງເຈົ້າ ແລະ ຊ່ວຍເຮັດໃຫ້ຜູ້ຮັບເກີດຄວາມຮູ້ສຶກປະທັບໃຈໄດ້ເປັນຢ່າງດີ ອີກປະການໜື່ງທີ່ສຳຄັນກໍ່ຄື:ເພື່ອຄວາມເໝາະສົມກັບຂອງຂັວນທິ້ເຈົ້າໃຊ້ເວລາຕັ້ງໃນການເລືອກຊື້.