top of page

ການເລືອກຂອງຂວັນໃຫ້ຖືກໃຈຄົນແຕ່ລະລາສີ

ເຮົາມີວິທີການເລືອກຂອງຂັວນໃຫ້ຖືກໃຈຄົນ ທັ້ງ12 ລາສີ ແຕ່ກ່ອນອື່ນເຈົ້າຕ້ອງຮູ້ວ່າຄົນທີ່ຈະຊື້ຂອງຂັວນໃຫ້ນັ້ນເກີດໃນລາສີໃດ ພຽງເທົ່ານີ້ເອງ ຖ້າຮູ້ແລ້ວຄວນປະຕິບັດດັ່ງນີ້:

 

 

  • ລາສີ ມັງກອນ. 22 ທັນວາ - 20 ມັງກອນ

 

   ຊາວລາສີມັງກອນເປັນຄົນເອົາຈີງເອົາຈັງກັບເລື່ອງງານເປັນພິເສດຂອງຂັວນໜ້າທີ່ເມາະສົມໜ້າຈະແມ່ນ:ຂອງທີ່ກ່ຽວກັນການເຮັດວຽກຕົວຢ່າງເຊັ່ນ:ອຸປະກອນສຳນັກງານ,ຂອງຕົກແຕ່ງໂຕະເຮັດວຽກ ຫຼື ຈະເປັນຮູບຂອງເຈົ້າເອົາໄປໃສ່ກອບ ເວລາເຂົາຄຽດຈາກການເຮັດວຽກກໍ່ຈະຮູ້ສືກຜ່ອນຄາຍເມື່ອເບີ່ງເຫັນຮູບຂອງເຈົ້າເອ..ຫຼືຈະແຫ່ງຈະຄຽດກ່ວາເກົ່າຫວານິ. ຂອງຂັວນສຳລັບພວກເຂົາແບນເນມກໍ່ໜ້າຈະຖືກໃຈ.

 

 

  • ລາສີ ກຸມພາ 21 ມັງກອນ - 19 ກຸມພາ

 

  ຊາວລາສີກຸມພາເປັນຄົນທີ່ບໍ່ມັກຕົງເວລາປານໃດ ລອງຊື້ໂມງໃຫ້ເຂົາເຈົ້າເບີ່ງຊື້ໃຫ້ໄດ້ທຸກປະເພດເປັນຕົ້ນແມ່ນ:ໂມງຄໍ່ແຂນ,ໂມງແຂນຝາ,ໂມງຕັ້ງໂຕະ ແລະ ທີ່ສໍາຄັນທີ່ລືມບໍ່ໄດ້ແມ່ນໂມງປຸກນັ້ນເອງ ຫຼື ຖ້າມີເງີນຊື້ມືຖືໃຫ້ເຂົາໄປເລີຍໄດ້ທັງໂມງ ແລະ ໄດ້ທັງໂທຫາອີກຖືວ່າຄຸ້ມຄ່າສຸດໆ ຫຼື ຖ້າບໍ່ແມ່ນໂມງກໍ່ເອົາຫຍັງກະໄດ້ທີ່ມີລູກຫຼີ້ນ ເພາະຊາວລາສີກຸມພາເປັນຄົນທີ່ມີຄວາມເປັນນັກວິທະຍາສາດສູງ,ຊ່າງສັງເກດ,ມັັກເຮັດສີ່ງທີ່ຕ້ອງການລົງມມືເອງ ຕົວຢ່າງການປະກອບໂມເດຣ,ຈິກຊອວ໌ ຫຼື ແມ່ນຫຍັງກໍ່ໄດ້ທີ່ເຕັມໄປດ້ວເຕັກໂນໂລຢີ່ຮັບຮອງວ່າຖືກໃຈແນ່ນອນ.

 

 

  • ລາສີ ມີນ 20 ກຸມພາ - 20 ມີນາ

 

  ຊາວລາສີນີ້ເປັນຄົນຮັກສັນຊາດ ຮັກບ້ານເກີດເມືອງນອນ ແນ່ນອນຕ້ອງເປັນເຄື່ອງແຕ່ງບ້ານງາມໆ.ໂມບາຍ,ໂຄມໄຟ,ຕຸກຕາ ແລະອື່ນໆ. ແຕ່ກ່ອນອື່ນກະຕ້ອງເບີ່ງສະຕາຍຂອງເຂົາກ່ອນວ່າ:ຫວານແຫວ,ລຽບງ່າຍ ຫຼື ຫຼູຫຼາ ຈະໄດ້ຊື້ຖືກໃຈ ຕົ້ນໄມ້ກໍ່ເປັນອີກຢ່າງໜື່ງທີ່ເໝາະແກ່ຄົນຮັກບ້ານຍີ່ງເປັນໄມ້ມຸງຄຸນຍີ່ງດີ.

 

 

  • ລາສີ ເມກ 21 ມີນາ - 20 ເມສາ

 

  ເປັນຄົນມັກແບບລຸຍໆ ມັກພະຈົນໄພ ອັນໃດທີ່ຊື້ໃຫ້ກໍ່ຕ້ອງເປັນອັນໃດທີ່ທະມັດທະແມງ. ຖ້າເຄື່ອງນຸ່ງກໍ່ຕ້ອງເປັນສີພື້ນ,ທົນທານຈື່ງຈະໄດ້ຖືກກັບສະຕາຍຂອງເຂົາ. ອີກຢຢ່າງຄືອຸປະກອນການທ້ອງທ່ຽວແນວລໍໂຣດ,ແວດເວນຈໍ,ອຸປະກອນຕິດຕັ້ງແຄ້ມ. ຖ້າເປັນຜູ້ຍີງກໍ່ຈະເນັ້ນເລື່ອງເສື້ອຜ້າແຟຊັ້ນງາມໆອາດມີລາຍທະຫານເຂົ້າມາປະສົມປະສານຮັບຮອງວ່າຖືກໃຈ.

 

 

  • ລາສີ ພຶດສະພາ 21 ເມສາ - 19 ພຶດສະພາ

 

  ເປັນພວກອະນຸລັກຊາດນິຍົມ ແລະ ມັກປະຫຍັດສຸດໆສະນັ້ນຂອງຂັວນຕ້ອງເປັນສີ່ງທີ່ສາມາດໄວ້ໄດ້ດົນໆ ຫຼື ຂອງໃຫມ່ເຮັດໃຫ້ມັນເກົ່າລົງ ຫຼື ຖ້າຄິດຫຍັງອອກບໍ່ວ່າຈະເປັນຂອງກີນກີນໄດ້ທຸກປະເພດຂໍແຕ່ໃຫ້ມັນແຊບ. ຖ້າເປັນເສື້ອຜ້າກໍ່ຄວນຈະໃຫ້ມັນໃສ່ໄດ້ນານໆ ລື ເຄື່ອງປະດັບທີ່ລຽບງ່າຍເຂົ້າກັບເສື້ອຜ້າໄດ້ຫຼາຍໆສີຮຽກຕົວດຽວສາມາດເອົາໄປ Mix & Match ໄດ້ອີກຫຼາຍຊຸດຮັບຮອງວ່າຖືກໃຈ.

 

 

  • ລາສີ ມີຖຸນາ 20 ພຶດສະພາ - 21 ມີຖຸນາ

 

  ເປັນຄົນທີ່ບໍ່ມັກສີ່ງທີ່ຊ້ຳກັນ ກ່ອນຈະຊື້ຂອງຂັວນໃຫ້ເຂົາຄວນຄິດເບີ່ງວ່າສີ່ນັ້ນຈະບໍ່ຊ້ຳສີ່ງຂອງເກົ່າມັນຈະບໍ່ສ້າງຄວາມຕື່ນເຕັ້ນໃນຖານະທີ່ຫຫາກໍ່ຮູ້ຈັກກັນ,ຊື້ຂອງຂັວນປີໃໝ່ໃຫ້ເທື່ອທຳອິດຄວນຈະຫາສີ່ງແຕກຕ່າງຈາກຄົນອື່ນຫາຍາກເທົ່າໃດຍີ່ງໂດນໃຈເທົ່ານັ້ນ.

 

 

  • ລາສີ ກໍລະກົດ 22 ມີຖຸນາ - 22 ກໍລະກົດ

 

  ເປັນຄົນມັກສະສົມເຊັ່ນ:ສະແຕັມ,ໂມເດຣ,ຕຸກຕາ ຫຼື ຖ້າບໍ່ຍ້ານເຂົາເວົ້າໃຫ້ກໍ່ເບີ່ງທີ່ບ້ານເຂົາວ່າສະສົມຫຍັງແດ່ເພື່ອຈະໄດ້ຊື້ສີ່ງຖືກໃຈ. ຖ້າບໍ່ເຫັນສະສົມຫຍັງກໍ່ຫາຊື້ສີ່ງທີ່ເປັນທຳມະຊາດ,ສີ່ງຂອງແຕ່ງບ້ານກໍ່ດີເພາະເຂົາຈະມັກຮັກບ້ານເປັນຊີວິດຈິດໃຈ ແລະ ຄຽງຄູ່ກັນນັ້ນຄົນທີ່ມັກຢູ່ບ້ານຫາປື້ດີໆຈັກເຫຼັ້ມໃຫ້ເຂົາກໍ່ດີຄືກັນ.

 

 

  • ລາສີ ສີງຫາ 23 ກໍລະກົດ - 23 ສີງຫາ

 

  ມີຄວາມເປັນຜູ້ນຳສູງຂອງຂັວນທີ່ເໝາະສົມຕ້ອເປັນຂອງຂັວນທີ່ຫຼູຫຼາ ສະແດງອອກທີ່ມີຄວາມສະຫງ່າຣາສີ. ຖ້າຈະຊື້ຂອງແຕ່ງບ້ານກໍ່ຕ້ອງເປັນໄມ້ເພາະມັນເປັນສີ່ທີ່ເບີ່ງງ່າຍ,ມີສະເໜ. ແຕ່ຖ້າຈະຊື້ຕົ້ນໄມ້ໃຫ້ຄວນເປັນໄມ້ຢືນຕົ້ນ ຫຼື ໄມ້ມຸງຄຸນເພາະຈະຊ່ວຍເສີມໃນເລື່ອງການງານ. ອີກຢ່າງເປັນຄົນທີ່ທະເຍີທະຍານໃນເລື່ອງການງານສູງ. ສະນັ້ນຂອງຂັວນກໍ່ເປັນອຸປະກອນເທີງໂຕະເຮັດວຽກ ຕ້ອງເລືອກແບບລຽບແລະເບີ່ງງ່າຍ, ຫຼື ຈະເປັນອຸປະກອນຄາຍຄຽດຕ່າງໆເຊັ່ນ:ຊີດີໜັງດີໆ,ຊີດີເພງມ່ວນໆກໍ່ໄດ້.

 

 

  • ລາສີ ກັນຍາ 24 ສີງຫາ - 23 ກັນຍາ

 

  ເປັນຄົນມັກສວຍມັກງາມ ຂອງຂັວນກໍ່ບໍ່ນອກເໜືອຂອງສວຍໆງາມໆບໍ່ວ່າຈະເປັນເສື້ອຜ້າ ຫຼື ຂອງປະດັບຕ່າງໆ ຫຼື ຈະເປັນເລື່ອງດູແລຮັກສາໜ້າຕາ ແລະ ຜິວພັນອາດຈະເປັນເຄື່ອງສຳອາງ,ເຄື່ອງບຳລູງຜີວເປັນຕົ້ນ ແລະ ອີກຢ່າງໜື່ງທີ່ລືມບໍ່ໄດ້ກໍ່ຄືນ້ຳຫອມຊື້ໃຫ້ໄດ້ທັງຍີງແລະຊາຍ. ແຕ່ບໍ່ແນ່ໃຈເລື່ອງຂອງກີ່ນນ້ຳຫອມວ່າມັກແບບໃດ ຫຼື ຈະຊວນໄປຊື້ເພື່ອໃຫ້ເຂົາເລືອກເວງກໍ່ດີຄືກັນ.

 

 

  • ລາສີ ຕຸລາ 24 ກັນຍາ - 23 ຕຸລາ

 

  ເປັນຄົນໜ້າຮັກ,ຊ່າງເຈລະຈາຂອງຂັວນທີ່ຖືກໃຈແມ່ສີ່ຂອງທີ່ໜ້າຮັກທັງຫຼາຍບໍ່ວ່າຈະເປັນຕຸກະຕາ,ຂອງແຕ່ງລົດ ຫຼື ແມ່ຫຍັງກໍ່ໄດ້ເປັນລາຍກະຕຸນ. ແຕ່ຖ້າເປັນຜູ້ໃຫຍ່ກະຄວນເລືອກສີອື່ນແທ່ນເຊັ້ນ:ສີຟ້າ,ສີບົວກໍ່ໄດ້. ດັ່ງນັ້ນຖ້າຈະຊື້ຂອງຂັວນໃຫ້ຣາສີຕຸລາຄວນເລືອກທີ່ເປັນຕາໜ້າຮັກທີ່ສຸດຈື່ງຈະເປັນການດີ.

 

 

  • ລາສີ ພະຈິກ 24 ຕຸລາ - 22 ພະຈິກ

 

  ເປັນຄົນຂ້ອນຂ້າງໃຈຮ້ອນງ່າຍ ຄວນເຮັດຫຍັງກໍ່ທີ່ເຮັດໃຫ້ໃຈເຍັນໆ ສະບາຍໆຂອງຂັວນອາດຈະເປັນຕົ້ນໄມ້,ໄມ້ນ້ຳຕ່າງໆຢ່າງເຊັ່ນດອກບົວ,ເຟີນ ຫຼື ແວ່ນແກ້ວເປັນກ່ອງລ້ຽງປານ້ອຍໆກໍ່ໄດ້. ຖ້າເປັນຂອງຕົກແຕ່ງບ້ານຕ້ອງເປັນທຳມະຊາດທີ່ສຸດເຊັ່ນ:ນ້ຳຕົກຕາດ,ພູເຂົາ,ທະເລ ຫຼື ຈະເປັນແບບອີນເພຣນຊັ່ນນ້ອຍໜື່ງກໍ່ດີ ເນັ້ນສີທີ່ເບີ່ງສະບາຍຕາ,ອີກຢ່າງຫີນທີ່ນຳມາແກະສະຫຼັກທີ່ມີຮອຍສວຍງາມ,ເປັນເຄື່ອງເອ້ຍ້ອງຕ່າງໆມັນຈະຊ່ວຍໃຫ້ໃຈຂອງເຂົາເຢັນຂື້ນ.

 

 

  • ລາສີ ທັນວາ 23 ພະຈິກ - 21 ມັງກອນ

 

  ເປັນຄົນສະໜຸກສະໜານ,ມັກຄວາມບັນເທີງທຸກຮູບແບບເປັນຣາສີທີ່ເລືອກຂອງຂັວນໃຫ້ງ່າຍທີ່ສຸດກໍ່ວ່າໄດ້. ແມ່ນຫຍັງກໍ່ໄດ້ທີ່ເຮັດໃຫ້ເພິດເພີນບໍ່ວ່າຈະເປັນໜັງສື,ເພງ,ໜັງ ຫຼື ຈະເປັນອາຫານການກີນກໍ່ດີ.ອີກຢ່າງກໍ່ຄືຊາວທັນວາເປັນຄົນຮັກສັດແຕ່ຖ້າຈະຊື້ໃຫ້ເປັນຂອງຂັວນຕ້ອງຮູ້ຂໍ້ມຸນດີໆວ່າເຂົາມັກສັດປະເພດໃດ,ພັນແບບໃດ ແຕ່ເໜືອສີ່ງອື່ນໃດກໍ່ຄືຕ້ອງມີເວລາດູແລສັດລ້ຽງຖ້າບໍ່ດັ່ງນັ້ນກໍ່ຈະເປັນການທຳບາບໃສ່ສັດລ້ຽງນັ້ນເອງ.

bottom of page